Lao Pride Forum
http://www.laopride.com/cgi-bin/yabb2/YaBB.cgi
General Category >> General Lao Board >> Laos considering dual citizenship
http://www.laopride.com/cgi-bin/yabb2/YaBB.cgi?num=1382504328

Message started by Larb Dip on 23rd Oct, 2013 at 4:58am

Title: Laos considering dual citizenship
Post by Larb Dip on 23rd Oct, 2013 at 4:58am
http://lao.voanews.com/content/laos-government-considering-on-special-measures-for-oversea-laotian/1763753.html 

ລາ​ວ ຈະໃຫ້ຄວາມ​ສະດວກ​ ຫຼາຍ​ຂຶ້ນ ​ແກ່ຄົນ​ລາວ​ຕ່າງປະ​ເທດ​ ທີ່ກັບຄືນເມືອລາ​ວ

ລັດຖະບານ​ລາ​ວກໍາລັງ​ພິດ​ຈາລະ​ນາ​ກ່ຽວ​ກັບ​ມາດ​ຕະການ​ສົ່ງ​ເສີມ ​ແລະ​ອໍາ​ນວຍ​ຄວາມ​ສະດວກ​ໃຫ້​ຄົນ​ລາວ​ໃນ​ຕ່າງປະ​ເທດ​ເດີນທາງ​ກັບຄືນ​ມາລາ​ວຫຼາຍ​ຂຶ້ນ ​ໂດຍ​ໃນ​ນີ້​ລວມ​ເຖິງ​ສິດທິ ​ໃນ​ທີ່​ດິນ ​ແລະ​ບ້ານ​ດ້ວຍ.

ທ່ານ​ສົມ​ສະຫວາດ ​ເລັ່ງສະຫວັດ ຮອງ​ນາຍົກລັດຖະມົນຕີ ຜູ້​ຊີ້ນໍາວຽກ​ງານ​ດ້ານ​ເສດ ຖະກິດ​ຂອງ​ຄະນະ​ລັດຖະບານ​ລາວ ​ໃຫ້ການ​ຢືນຢັນ​ກັບ VOA ຢູ່ນະຄອນ​ວຽງ​ຈັນ​ເມື່ອ ບໍ່​ດົນ​ມາ​ນີ້ ວ່າມາດ​ຕະການ​ສົ່ງ​ເສີມ​ແລະ​ອໍານວຍ​ຄວາມ​ສະດວກ​ໃຫ້​ກັບ​ຄົນ​ເຊື້ອ​ຊາດ​ລາວ​ໃນ ຕ່າງປະ​ເທດ​ທີ່​ຕ້ອງການ​ຈະ​ກັບ​ຄືນ​ມາ​ອາ​ໄສ ຢູ່​ໃນ​ປະ​ເທດ​ລາວ​ຢ່າງ​ຖາວອນ​ນັ້ນ ຍັງ​ມີ​ການພິດ​ຈາ ລະ​ນາ​ທັງ​ໃນ​ຂັ້ນ​ລັດຖະບານແລະ​ສະ​ພາ​ແຫ່ງ​ຊາດ ​ແຕ່​ກໍ​ມີ​ຄວາມ​ ຄິດ​ເຫັນ​ທີ່​ແຕກ​ຕ່າງ​ກັນໃນ 2 ບັນຫາ​ທີ່ສໍາຄັນດ້ວຍ​ກັນ ຈຶ່ງ​ເຮັດ​ໃຫ້​ເກີດ​ການ​ຊັກ​ຊ້າ​ເລື້ອຍ​ມາ. ​

ໂດຍ 2 ບັນຫາ​ທີ່​ສໍາຄັນດັ່ງກ່າວ​ນີ້ ກໍ​ຄື​ບັນຫາ​ກ່ຽວ​ກັບ​ສັນຊາດ​ຂອງ​ຄົນ​ລາວ​ໃນ​ຕ່າງປະ​ເທດ​ທີ່​ຕ້ອງການ​ຈະ​ເດີນທາງ​ກັບ​ຄືນ​ມາ​ຢູ່​ໃນ​ລາວ​ຢ່າງ​ຖາວອນ ກັບ​ບັນຫາ​ກ່ຽວ​ກັບ​ສິດ ທິ​ໃນ ການ​ຖື​ຄອງ​ທີ່​ດິນ ​ແລະ​ອະສັງຫາລິມະ​ຊັບ​ຕ່າງໆ ​ໄດ້​ຄື​ກັບ​ຄົນ​ສັນຊາດ​ລາວ​ໃນ​ທຸກ​ປະການ​ນັ້ນ​ເອງ.

​ໂດຍ​ສໍາ​ລັບ​ບັນຫາ​ກ່ຽວ​ກັບ​ການ​ຖື​ສັນຊາດ​ຂອງ​ຄົນ​ລາວ​ໃນ​ຕ່າງປະ​ເທດ​ນັ້ນ ກໍ​ຖື​ເປັນ​ບັນຫາ​ໃນ​ດ້ານ​ກົດໝາຍ ​ເພາະວ່າ​ຄົນ​ລາວ​ຈາກ​ຕ່າງປະ​ເທດ​ບໍ່​ພຽງ​ແຕ່​ຈະ​ຕ້ອງການ​ຮັກສາ​ສັນຊາດ ທີ່​ພວກ​ເຂົາ​ເຈົ້າຖື​ຢູ່​ໃນ​ປັດຈຸບັນ​ນີ້ໄວ້​ຕໍ່​ໄປ​ເທົ່າ​ນັ້ນ ຫາກ​ແຕ່​ພວກ​ເຂົາ​ເຈົ້າຍັງ​ຢາກ​ຖື​ສັນຊາດ ລາວ​ດ້ວຍ​ໃນເວລາ​ດຽວ​ກັນ ຊຶ່ງ​ຕາມ​ກົດໝາຍ​ຂອງ​ລາວ​ອະນຸ ຍາດ​ໃຫ້​ຖື​ໄດ້​ພຽງ​ສັນຊາດ​ດຽວ ​ເທົ່າ​ນັ້ນ.

ດ້ວຍ​ເຫດ​ນີ້ ຈຶ່ງ​ເຮັດ​ໃຫ້​ມີ​ຄວາມ​ຄິດ​ເຫັນ​ທີ່​ແຕກ​ຕ່າງ​ກັນ​ລະຫວ່າງ​ພາກສ່ວນ​ທີ່​ເຫັນ​ສົມ ຄວນ​ໃຫ້​ມີ​ການ​ດັດ​ແກ້​ກົດໝາຍ​ວ່າ​ດ້ວຍ​ສັນຊາດ​ເພື່ອ​ຮອງ​ຮັບ​ຄວາມ​ຕ້ອງການ​ດັ່ງກ່າວ​ຂອງ​ຄົນ​ລາວ​ໃນ​ຕ່າງປະ​ເທດ​ ກັບ​ອີກ​ພາກສ່ວນ​ນຶ່ງ​ທີ່​ບໍ່​ເຫັນ​ດ້ວຍ ທີ່​ຈະ​ຕ້ອງ​ດັດ​ແກ້​ກົດ ໝາຍ ​ເພາະ​ເຫັນ​ວ່າການ​ຖື​ສັນຊາດ​ດຽວ​ນັ້ນ ​ເປັນ​ຫຼັກການ​ສາກົນ​ຢູ່​ແລ້ວ.

ສ່ວນ​ອີກ​ບັນຫາ​ນຶ່ງ ກໍ​ຄື​ສິດທິ ​ໃນ​ການ​ຖື​ຄອງ​ທີ່​ດິນ​ແລະ​ອະສັງ
ຫາລິມະ​ຊັບ ທີ່​ຕາມ​ລະ ບຽບ​ໄດ້​ກໍານົດ​ໃຫ້​ຄົນ​ຕ່າງ​ຊາດ​ຕ້ອງ​ມີ​
ການ​ລົງທຶນ​ໃນ​ລາວ​ຕັ້ງ​ແຕ່ 500,000 ​ໂດ​ລ່າ ຂຶ້ນ​ໄປຈຶ່ງ​ມີ​ສິດ​ຖື
​ຄອງ​ທີ່​ດິນ​ ແລະ​ອະສັງຫາລິມະ​ຊັບ​ໃນ​ລາວ​ໄດ້  ຫາກ​ແຕ່​ຄົນ
​ລາວ​ຈາກ​ຕ່າງປະ​ເທດ​ຢາກ​ຈະ​ໄດ້ຮັບ​ການ​ຍົກ​ເວັ້ນຕາມ​ເງື່ອນ
​ໄຂ​ດັ່ງກ່າວ ຈຶ່ງ​ເຮັດ​ໃຫ້​ທາງ​ການ​ລັດຖະບານ​ລາວ​ແລະ​ສະພາ
ແຫ່​ງຊາດ​ລາວ​ຕ້ອງ​ມີ​ການ​ພິດ​ຈາລະ​ນາ​ຢ່າງຮອບ​ດ້ານ​ຈົນ​ເຖິງ​
ທຸກ​ມື້​ນີ້ ດັ່ງ​ທີ່​ທ່ານ​ສົມ​ສະ​ຫວາດ ​ໄດ້​ໃຫ້ການ​ຊີ້​ແຈງ​ວ່າ:

“ລະບຽບການ​ນີ້​ມັນ​ຍັງ​ແຕ່​ອັນ​ດຽວ​ທີ່​ຍັງ​ບໍ່​ທັນ​ຕົກລົງ​ກັນ​ໄດ້ ​ເທື່ອ ​ແມ່ນ​ຄົນ​ລາວ​ເຮົາ​ຢູ່​ຕ່າງປະ​ເທດ​ຢາກ​ສະ​ເໜີ​ຢາກ​ຂໍ​ມີ​ສອງ​ສັນຊາດ ​ແຕ່​ວ່າ​ສ່ວນ​ຂໍ​ຢາກມາ​ຢູ່​ກັບ​ລູກ​ກັບ​ເຕົ້າຢູ່​ຖາວອນ​ນີ້ ກະ​ເຫັນ​ດີບໍ່​ຂັດຂ້ອງ​ຫຍັງ ອັນ​ນີ້​ກະ​ຫວັງ​ວ່າ​ເຮົາ​ບໍ່​ທັນ​ມີ​ກົດໝາຍ​ກະ​ຂໍ​ໃຫ້​ພີ່​ນ້ອງ ລາວ​ເຂົ້າ​ໃຈ​ແດ່ ​ເຫັນ​ອົກ​ເຫັນ​ໃຈ​ລັດຖະບານ ມັນ​ບໍ່​ແມ່ນ​ຂຽນ​ກົດໝາຍ​ສະບັບ​ນຶ່ງ​ແລ້ວ​ສອງ ສາມ​ມື້​ແລ້ວ ມັນ​ບໍ່​ແມ່ນ​ຈັ່ງ​ຊັ້ນ​ເດ່ ມັນ​ຕ້ອງ​ໄດ້​ສຶກສາ​ຄົ້ນຄວ້າ​ຫຼາຍ​ອັນ​ຫຼາຍ​ແນວ​ຊັ້ນ​ໜາ  ສະ​ນັ້ນ ພວກ​ເຮົາ​ກໍ​ມີ​ນະ​ໂຍບາຍ​ໄວ້​ວ່າ​ຄັນ​ມາ​ແລ້ວ ກໍ​ພວກ​ເຮົາ​ກໍ​ເຫັນ​ດີ​ໃຫ້​ມາ”

ທັງ​ນີ້​ໂດຍ​ອິງ​ຕາມ​ດໍາລັດ​ຂອງ​ນາຍົກລັດຖະມົນຕີລາວທີ່​ຜ່ານ​ມາ​ ມະຕິຮັບຮອງ​ຂອງ​ຄະນະ ລັດຖະບານລາວ​ນັບ​ຈາກ​ປີ 2011 ​ເປັນ​ຕົ້ນ​ມາ​ແລ້ວ​ນັ້ນ ໄດ້​ກໍານົດ​ວ່າ​ຊາວ​ຕ່າງ​ຊາດ​ທີ່​ມີ​ສິດ​ຢູ່​ອາ​ໄສ​ໃນ​ລາວ​ໄດ້​ຢ່າງ​ຖາວອນ​ແລະ​ມີ​ສິດ​ຖື​ຄອງ​ທີ່​ດິນ​ແລະ​ສິ່ງ​ປູກ​ສ້າງ​ຕ່າງໆ​ໃນ​ລາວ​ໄດ້​ນັ້ນ ຈະຕ້ອງ​ມີ​ກາ​ນລົງທຶນ​ໃນ​ລາວ​ທີ່​ມີ​ທຶນ​ຈົດ​ທະ​ທຽນ​ຕັ້ງ​ແຕ່ 500,000 ​ໂດ​ລ່າ ຂຶ້ນ​ໄປ ​ແລະ​ດໍາ​ເນີນທຸລະ​ກິດ​ຢູ່​ໃນ​ລາວ​ມາ​ແລ້ວ​ເປັນ​ລະຍະ​ເວລາ​ບໍ່​ໜ້ອຍ​ກວ່າ 5 ປີຕິ​ດຕໍ່​ກັນ ກັບ​ທັງ​ຍັງ​ໄດ້​ຊໍາລະ​ພາສີ​ອາກອນ​ຕ່າງໆ​ຕາມ​ກົດ​ໝາຍ​ຂອງ​ລາວ​ຢ່າງ​ຄົບ​ຖ້ວນ​ແລ້ວ.  ​

ໂດຍ​ສໍາລັບ​ຊາວຕ່າງ​ຊາດ​ທີ່​ໄດ້​ຮັບ​ອະນຸບາດ​ໃຫ້​ພັກ​ອາ​ໄສ​ຢູ່​ໃນ​ລາວ​ຢ່າງ​ຖາວອນ​ນັ້ນ ກໍ​ມີ​ສິດ​ທີ່​ຈະ​ຊື້ແລະ​ຖື​ຄອງ​ທີ່​ດິນ​ໃນ​ລາວ​ຄິດ​ເປັນ​ເນື້ອ​ທີ່​ບໍ່​ເກີນ 800 ຕາລາງ​ແມັດ​ຕໍ່​ລາຍ ທັງ​ກໍ ຍັງ​ມີ​ສິດ​ເປັນ​ເຈົ້າຂອງ​ສິ່ງ​ປູກ​ສ້າງ​ຕ່າງໆ​ໃນ​ທີ່​ດິນ​ດັ່ງກ່າວ​ດ້ວຍ ​ໂດຍ​ທາງ​ການ​ລາ​ວຈະ​ກໍາ ໜົດພື້ນ​ທີ່ເພື່ອ​ຮອງ​ຮັບ​ສິດທິ ລວມ​ເຖິງ​ການ​ພິດ​ຈາລະ​ນາ​ເພື່ອ​ສັ່ງ​ໃຫ້​ຖອນ​ສິດ​ດັ່ງກ່າວ​ດ້ວຍ ຖ້າຫາກ​ກວດ​ພົບ​ວ່າ​ຊາວ​ຕ່າງ​ຊາດ​ໄດ້​ທໍາ​ການ​ທີ່​ຂັດ​ຕໍ່​ລັດຖະທໍາ​ມະນູນ​ແລະ​ກົດໝາຍ​ທີ່​ເປັນ ຄວາມ​ຜິດ​ທາງ​ອາຍາ ຫຼື​ຂັດ​ຕໍ່​ຜົນ​ປະ​ໂຫຍ​ດ​ແລະ​ບ່ອນ​ທໍາລາຍ​ຄວາມ​ສະຫງົບ​ຮຽບຮ້ອຍ​ ຂອງ​ຊາດ​ລາວ.

If you can not read this then go to the link and listen.

Woo Hoo :applause :applause :applause

Title: Re: Laos considering dual citizenship
Post by Admin Saovaluck on 23rd Oct, 2013 at 12:56pm
They haven't agreed on anything yet. It's all talk but no action and Laos have a history of just talking so don't hold your breath.

For Laos to grant dual citizenship, it won't happen in my opinion. 99% chance that there will be no change.

Many Laotians from abroad want to claim their land back in Laos and they won't allow it, so why they hell would they give you guys the opportunity to receive dual citizenship?

Allowing dual citizenship will cause even more problems because Laos will be bombarded with Lao expats claiming dual citizenship for the purpose of trying to get their land back or fight for compensation.

Title: Re: Laos considering dual citizenship
Post by peterpan on 23rd Oct, 2013 at 2:30pm
Many Laotians from abroad want to claim their land back in Laos and they won't allow it, so why they hell would they give you guys the opportunity to receive dual citizenship?


From my understanding, Laos villagers can have a small piece of land as private one. I was told no more land for redistribution to new villagers.  City Laotians can have own land? I remember the land law enacted in 1990, and Govt reformed it in 1997.  Therefore, as new comers, they can reclaim the land which was lawed as govt assets after the new Govt ticked away the old one ;D ? Thank you.

Title: Re: Laos considering dual citizenship
Post by Larb Dip on 23rd Oct, 2013 at 3:47pm

Admin Saovaluck wrote on 23rd Oct, 2013 at 12:56pm:
They haven't agreed on anything yet. It's all talk but no action and Laos have a history of just talking so don't hold your breath.

For Laos to grant dual citizenship, it won't happen in my opinion. 99% chance that there will be no change.

Many Laotians from abroad want to claim their land back in Laos and they won't allow it, so why they hell would they give you guys the opportunity to receive dual citizenship?

Allowing dual citizenship will cause even more problems because Laos will be bombarded with Lao expats claiming dual citizenship for the purpose of trying to get their land back or fight for compensation.


It looks like they are seriously considring passing this bill. Lengsavat has even gone on record and corfirmed to VOA that this is the case. It's still up for debate as half of the commitee know it needs to happen while the other naive half feel that the current single-citzenship policy is a favoured law. It needs to happen. That's the only way they will be able to lure the Lao diaspora back. There will be no mutiners on part of the overseas Lao. The Commies can quit entertaining the thought that the average overseas Lao will trade in their current  passports for Laos'.

I didn't read anything about compensation.

It says that foreigners who have been granted permanent residency have been so after fulfilling the prerequisite of investing US$500K. Now it says the Commies are tyring to lower the requirements for Lao; not many will have that type of capital sitting idle in a bank account anyway. They are making it easier for the Lao diaspora investment wise. Not only will it be possible to buy and retain land but you will also automatically become the owner of whatever is built on your stretch of land. They are even offering options on owning stocks.

I feel like celebrating.
:applauseOoohhh Ooohhh Ooooohhhhh Heeeeeuuuuuwwwww :applause

Man this sounds too good to be true.

Title: Re: Laos considering dual citizenship
Post by TexasCowboy on 23rd Oct, 2013 at 5:13pm
$500k investment is chump change. Time to seriously consider relocating to Laos.

Title: Re: Laos considering dual citizenship
Post by Street Sweeper on 23rd Oct, 2013 at 5:18pm
I can not read and partially understood what is being said. :laugh3

This apperas to be just 'considering' to do this but there is no timeline to accomplish this goal?

Is there a translated English version (text)?

Title: Re: Laos considering dual citizenship
Post by Admin Saovaluck on 24th Oct, 2013 at 5:00am
There's no time frame. If they were serious then they would have given a time frame when the decision will be made.

It doesn't matter what Somsavat Lengsavad says, confirming anything doesn't mean much if nothing has been done. It's just talk about considering this and that.

Title: Re: Laos considering dual citizenship
Post by peterpan on 24th Oct, 2013 at 9:57am
How much for one hectare in USD in Vientiene?

If I had 500,000 USD, I would put it into Nightclub of Mekong, making Laos be on top of the world in beer consumption in 2020.  ;D ;D ;D

Title: Re: Laos considering dual citizenship
Post by ba dac on 25th Oct, 2013 at 11:22am
$500,000 k what the fudge !!! with that kinda money i retired
in Thailand. If the commie leave then i would invest my money into Laos.I just don't trust the RED ... ;D

Title: Re: Laos considering dual citizenship
Post by peterpan on 25th Oct, 2013 at 3:29pm
What color do you trust?  ;D ;D ;D

With 500,000. I think I can get a happy life without working for 10 years with the consideration of inflation and medicare.
;D ;D



ba dac wrote on 25th Oct, 2013 at 11:22am:
$500,000 k what the fudge !!! with that kinda money i retired
in Thailand. If the commie leave then i would invest my money into Laos.I just don't trust the RED ... ;D


Title: Re: Laos considering dual citizenship
Post by ba dac on 30th Oct, 2013 at 11:37am
Well if a goverment that doesn't have anyone to answer too.I for one would not trust them.Would you allow
someone to take your money and say it belong to the people ? If they wanted too.The commies been knowing to
do that.Not just in China in many cases alot of other place too.

Title: Re: Laos considering dual citizenship
Post by Larb Dip on 5th Nov, 2013 at 1:15pm
ລາວຕ່າງແດນ ເປັນເຈົ້າຂອງດິນ ໃນລາວໄດ້ ໂດຍບໍ່ຕ້ອງ ລົງທຶນ ເຖິງ 5 ແສນໂດລາ

ຮອງ​ນາຍົກລັດຖະມົນຕີລາວ ຢືນຢັນ​ວ່າຄົນ​ລາວ​ໃນ​ຕ່າງປະ​ເທດ​
ມີ​ສິດ​ທີ່​ຈະ​ເປັນ​ເຈົ້າ ຂອງ​ທີ່​ດິນ ​ແລະ​ອະສັງຫາລິມະ​ຊັບ​ໃນລາວ
​ໂດຍ​ບໍ່​ຈໍາ​ເປັນ​ທີ່​ຈະ​ຕ້ອງ​ມີ​ເງິນ​ລົງທຶນ​ໃນ​ລາວເຖິງ 500,000 ​ໂດ​
ລ່າ ​ແຕ່​ຢ່າງ​ໃດ.

ທ່ານ ສົມ​ສະຫວາດ ​ເລັ່ງສະຫວັດ ຮອງ​ນາຍົກລັດຖະມົນຕີ ຜູ້​ຊີ້​
ນໍາ​ວຽກ​ງານ​ດ້ານເສດຖະກິດ ຂອງ​ຄະນະ​ລັດຖະບານ​ລາວ ​ໃຫ້
ການ​ຢືນຢັນ​ກັບ​ VOA ຢູ່ທີ່ນະຄອນວຽງຈັນວ່າ ມາດຕະການນຶ່ງ
ທີ່ຈະຊວ່ຍສົ່ງເສີມ ແລະອໍານວຍຄວາມສະດວກ ໃຫ້ຄົນເຊື້ອ
ຊາດລາວໃນຕ່າງປະເທດຕ້ອງການທີ່ຈະກັບຄືນມາອາໄສຢູ່ໃນ
ປະເທດລາວ ຢ່າງຖາວອນໃຫ້ ຫຼາຍຂຶ້ນນັ້ນ ກໍຄື ການຍົກເວັ້ນ ໃຫ້ຄົນເຊື້ອຊາດລາວໃນຕ່າງປະເທດ ບໍ່ຈໍາເປັນທີ່ຈະຕ້ອງ ມີ
ການລົງທຶນໃນລາວ ຄິດເປັນມູນຄ່າຕັ້ງແຕ່ ຫ້າແສນໂດລ່າຂຶ້ນ
ໄປ ດັ່ງທີ່ທ່ານກ່າວວ່າ:

“ກະຍິນດີທີ່ສຸດແລ້ວ ລັດຖະບານນີ້ກະ ຍາມໃດ ຜູ້ນໍາ
ຂອງພວກເຮົາກ່າວຄໍາປາໄສບໍ່ ຫຼືວ່າ ຢູ່ໃນງານສໍາຄັນໃດກະຮຽກຮ້ອງພີ່ນ້ອງ ຊາວລາວຂອງພວກເຮົາ  ຖ້າວ່າ​ເຂົາ​ເຈົ້າ ສົນ​ໃຈຢາກ ກັບຄືນມາ ບ້ານເກີດ ເມືອງນອນ ພວກເຮົາກະຍິນດີ ໃຫ້ ເຂົ້າມາ ບໍ່ໄດ້ຂັດຂ້ອງຫຍັງ ລະບຽບການນີ້ ມັນຍັງແຕ່ອັນດຽວ ອັນນີ້ຍັງບໍ່ ທັນ ຕົກລົງກັນໄດ້ເທື່ອ ແມ່ນຄົນລາວເຮົາຢູ່ຕ່າງ ປະເທດຢາກສະເໜີຢາກຂໍມີ ສອງສັນຊາດອັນນີ້ແມ່ນຍັງບໍ່ທັນຕົກລົງກັນໄດ້.”

ທັງ​ນີ້​ໂດຍ ອິງຕາມ​ດໍາລັດ​ຂອງ​ນາຍົກລັດຖະມົນຕີລາວ ທີ່​ຜ່ານ​ມະຕິ​ຮັບຮອງ​ຂອງ​ຄະນະ​ລັດຖະບານ​ລາວ​ ນັບ​ຈາກ​ປີ 2011 ​ເປັນ​ຕົ້ນ​ມາ​ແລ້ວ​ນັ້ນ ​ໄດ້​ກໍານົດ​ວ່າ​ຊາວ​ຕ່າງ​ຊາດ​ທີ່​ມີ​ສິດ​ຢູ່ ອາ​ໄສ​ໃນ​ລາວ​ໄດ້​ຢ່າງ​ຖາວອນ ​ແລະ​ມີ​ສິດ​ເປັນ​ເຈົ້າຂອງ​ທີ່​ດິນ​ແລະ​ສິ່ງ​ປຸກ​ສ້າງ​ຕ່າງໆ​ໃນ​ລາວ​ໄດ້​ນັ້ນ ຈະ​ຕ້ອງ​ມີ​ການ​ລົງທຶນ​ໃນ​ລາວ​ ທີ່​ມີ​ທຶນ​ຈົດ​ທະບຽນ​ ຕັ້ງ​ແຕ່ 500,000 ໂດລ່າ ຂຶ້ນ​ໄປ ​ແລະ​ດໍາ​ເນີນ​ທຸລະ​ກິດ​ຢູ່​ໃນ​ລາວ​ມາ​ແລ້ວ ​ເປັນ​ລະຍະ​ເວລາ​ບໍ່​ໜ້ອຍ​ກວ່າ 5 ປີຕິ​ດຕໍ່​ກັນ ກັບ ທັງ​ຍັງ​ໄດ້​ຊໍາລະ​ພາສີ​ອາກອນ​ຕ່າງໆ​ຕາມ​ກົດໝາຍ​ຂອງ​ລາວ​ຢ່າງ​ຄົບ​ຖ້ວນ​ແລ້ວ.  ​

ໂດຍສໍາລັບ​ຊາວ​ຕ່າງ​ຊາດ​ທີ່​ໄດ້​ຮັບ​ອະນຸຍາດ​ໃຫ້​ພັກ​ອາ​ໄສ​ຢູ່​ໃນ​ລາວ​ຢ່າງ​ຖາວອນ​ແລ້ວ​ນັ້ນ ກໍ​ມີ​ສິດ ທີ່​ຈະ​ຊື້​ແລະ​ເປັນ​ເຈົ້າຂອງ​ທີ່​ດິນ​ໃນ​ລາວ​ຄິດ​ເປັນ​ເນື້ອ​ທີ່​ບໍ່​ເກີນ 800 ​ແມັດ​ມົນທົນ​ຕໍ່ ລາຍ ທັງກໍ​ຍັງ​ມີ​ສິດ​ເປັນ​ເຈົ້າຂອງ​ສິ່ງ​ປຸກ​ສ້າງ​ຕ່າງໆ​ ໃນ​ທີ່​ດິນ​ດັ່ງກ່າວ​ດ້ວຍ ​ໂດຍ​ທາງ​ການ​ລາວຈະ​ກໍານົດ​ພື້ນ​ທີ່​ເພື່ອ​ຮອງ​ຮັບ​ສິດທິ ລວມ​ເຖິງ​ການ​ພິດ​ຈາລະ​ນາ​ເພື່ອ​ສັ່ງ​ໃຫ້​ຖອນ​ສິດ​ດັ່ງ ກ່າວ​ດ້ວຍ​ຖ້າ​ຫາກ​ກວດ​ພົບ​ວ່າ​ຊາວ​ຕ່າງ​ຊາດ​ໄດ້​ທໍາ​ການ​ທີ່​ຂັດ​ຕໍ່​ລັດຖະທໍາ​ມະນູນແລະ​ກົດ ໝາຍ​ທີ່​ເປັນຄວາມ​ຜິດ​ທາງ​ອາຍາ ຫຼື​ຂັດຂວາງ​ຜົນ​ປະ​ໂຫຍ​ດ ​ແລະ​ບ່ອນ​ທໍາລາຍ​ຄວາມ​ສະ ຫງົບ​ຮຽບຮ້ອຍ​ຂອງ​ຊາດ​ລາວ. ​

ແຕ່​ຢ່າງ​ໃດ​ກໍ​ຕາມ ກໍ​ຍັງ​ມີ​ອີກ​ບັນຫາ​ນຶ່ງ ທີ່​ລັດຖະບານ ​ແລະ​ສະພາ​ແຫ່ງ​ຊາດ​ລາວ ຍັງ​ບໍ່​ສາມາດ​ຕົກລົງ​ຢ່າງ​ເປັນ​ເອກ​ກະພາບ​ກັນ​ໄດ້​ຈົນ​ເຖິງ​ປັດຈຸບັນ​ນີ້ ກໍ​ຄື​ບັນຫາ​ກ່ຽວ​ກັບ​ການ​ຖື​ສັນຊາດ​ລາວ​ໃນ​ຕ່າງປະ​ເທດ ທີ່​ຕ້ອງການ​ຈະ​ເດີນທາງ​ກັບຄືນ​ມາ​ຢູ່​ໃນ​ລາວ​ຢ່າງ​ຖາວອນ ຫາກ​ແຕ່​ວ່າ​ກໍ​ຍັງ​ຕ້ອງການ​ຈະ​ຖື​ສັນຊາດ​ຕ່າງປະ​ເທດ​ຕໍ່​ໄປ ທັງ​ກໍ​ຍັງ​ຢາກ​ຈະ​ຖື​ສັນຊາດ​ລາວ​ດ້ວຍ ຫາກ​ແຕ່​ຕາມ​ກົດໝາຍ​ລາວ ອະນຸຍາດ​ໃຫ້​ຖື​ໄດ້​ພຽງສັນຊາດ​ດຽວ​ເທົ່າ​ນັ້ນ.

ດ້ວຍ​ເຫດ​ນີ້ ຈຶ່ງ​ເຮັດ​ໃຫ້​ມີ​ຄວາມ​ຄິດ​ເຫັນ​ທີ່​ແຕກ​ຕ່າງ​ກັນ​ລະຫວ່າງ​ພາກສ່ວນ​ທີ່​ເຫັນ​ສົມ ຄວນ ​ໃຫ້​ມີ​ການ​ດັດ​ແກ້​ກົດໝາຍ​ ວ່າ​ດ້ວຍ​ສັນຊາດ​ເພື່ອ​ຮອງ​ຮັບ​ຄວາມ​ຕ້ອງການ​ດັ່ງ ກ່າວ​ ຂອງ​ຄົນ​ລາວ​ໃນ​ຕ່າງປະ​ເທດ​ກັບ​ອີກ​ພາກສ່ວນ​ນຶ່ງ​ທີ່​ບໍ່​ເຫັນ​ດ້ວຍ ທີ່​ຈະ​ຕ້ອງ​ດັດ​ແກ້​ກົດໝາຍ ​ເພາະເຫັນ​ວ່າ ການ​ຖື​ສັນ​ຊາດ​ດຽວ​ນັ້ນ ​ເປັນ​ຫຼັກການ​ສາກົນ​ຢູ່​ແລ້ວ.

​ເພາະສະ​ນັ້ນ ທັງ​ລັດຖະບານ ​ແລະ​ສະພາ​ແຫ່ງ​ຊາດ​ລາວ ຈຶ່ງ​ຕ້ອງການ​ເວລາ​ເພື່ອ​ພິດ​ຈາລະ​ນາ​ກໍລະນີ​ດັ່ງກ່າວ​ນີ້ ຢ່າງຮອບ​ຄອບ ດັ່ງ​ທີ່​ທ່ານ ສົມ​ສະຫວາດ ​ໄດ້​ຊີ້​ແຈງ​ວ່າ:

“ອັນ​ນີ້​ກະ​ຫວັງ​ວ່າ​ເຮົາ​ບໍ່​ທັນ​ມີ​ກົດໝາຍ ກະ​ຂໍ​ໃຫ້​ພີ່ນ້ອງ​ລາວ​ເຂົ້າ​ໃຈ​ແດ່ ​ເຫັນ​ອົກ​ເຫັນ​ໃຈ​ລັດຖະບານ ມັນ​ບໍ່​ແມ່ນ​ກົດ​ໝາຍ​ສະບັບ​ນຶ່ງ​ແລ້ວ​ ສອງ​ສາມ​ມື້​ແລ້ວ ມັນ​ບໍ່​ເປັນ​ຈັ່ງ​ຊັ້ນ ມັນ ຕ້ອງ​ໄດ້​ສຶກສາຄົ້ນຄວ້າ ຫຼາ​ຍອັນ​ຫຼາຍ​ແນວ​ຊັ້ນ​ໜາ ສະ​ນັ້ນ ພວກ​ເຮົາ​ກໍ​ມີ​ນະ​ໂຍບາຍ​ໄວ້ວ່າ ຄັນ​ມາ​ແລ້ວ ພວກ​ເຮົາ​ກໍ​ເຫັນ​ດີ​ໃຫ້​ມາ.”

​ແຕ່​ຢ່າງ​ໃດ​ກໍ​ຕາມ ທ່ານ​ສົມ​ສະຫວາດ ກໍ​ບໍ່​ສາມາດ​ທີ່​ຈະ​ຄາດໝາຍ​ໄດ້​ວ່າ ການ​ພິດ​ຈາ ລະ​ນາ​ດັ່ງກ່າວ​ນີ້ ຈະ​ແລ້ວ​ສໍາ​ເລັດ​ເມື່ອ​ໃດ​ແທ້ ​ເພາະ​ຂຶ້ນຢູ່​ກັບ​ປະສິດທິພາບ​ຂອງ​ສະພາ​ແຫ່ງ​ຊາດ​ລາວ​ເປັນ​ສໍາຄັນ.

http://lao.voanews.com/content/oversea-laotian-have-land-owner-right-without-need-to-invest-5-hundred-thousand-dollars/1782106.html

Update:

Laos has now officially lowered the bar in terms of investment in order to entice the Lao diaspora back. To acquire permanent residency, it is no longer required to invest $500K, now it is only $100K. However, Foreigners will still need to fork out the established $500K. :applause

As for dual citizenship, that is still being debated. (Why?)

Title: Re: Laos considering dual citizenship
Post by peterpan on 5th Nov, 2013 at 1:47pm
That is still a lot of

too much.

;D

Title: Re: Laos considering dual citizenship
Post by ba dac on 9th Nov, 2013 at 11:35am
$100,000 now that sound alittle better.

Lao Pride Forum » Powered by YaBB 2.5 AE!
YaBB Forum Software © 2024. All Rights Reserved.